ມັນເຮັດວຽກແນວໃດ
ດໍາເນີນການ VPN ຂອງທ່ານເອງ ແລະ ຄວບຄຸມການຈະລາຈອນທາງອິນເຕີເນັດຂອງທ່ານ
Outline ປັບປຸງຮູບແບບ VPN ແບບດັ້ງເດີມໂດຍການເຮັດໃຫ້ມັນງ່າຍສໍາລັບທຸກຄົນທີ່ຈະສ້າງ VPN ຂອງເຂົາເຈົ້າເອງ.
VPN ແບບດັ້ງເດີມ
VPN ແບບດັ້ງເດີມມັກຈະຖືກບລັອກໄດ້ງ່າຍເນື່ອງຈາກພວກມັນຖືກກວດພົບໄດ້ງ່າຍ.
ເມື່ອທ່ານໃຊ້ VPN, ທຣາບຟິກຂອງທ່ານຈະບໍ່ເປີດເຜີຍຊື່, ແຕ່ໂປຣໂຕຄໍຄວາມປອດໄພສະເພາະທີ່ໃຊ້ໂດຍ VPN ທີ່ນິຍົມໃຊ້ລາຍເຊັນເຂົ້າລະຫັດລັບທີ່ເປັນເອກະລັກທີ່ສາມາດລະບຸຕົວຕົນ ແລະ ບລັອກໄດ້ງ່າຍ.
ເມື່ອທ່ານເຊື່ອມຕໍ່ອຸປະກອນຂອງທ່ານກັບ VPN ແບບດັ້ງເດີມ, ການຈະລາຈອນຂອງທ່ານຈະກວດພົບໄດ້ງ່າຍ ເນື່ອງຈາກປະລິມານການຈະລາຈອນທີ່ຄ້າຍຄືກັນເຮັດໃຫ້ມັນງ່າຍຕໍ່ການຊອກຫາ ແລະ ບລັອກເຊີບເວີ.
Outline
Outline ເຮັດວຽກໄດ້ເມື່ອ VPN ອື່ນຖືກບລັອກ ແລະ ທົນທນຕໍ່ກັບຮູບແບບການເຊັນເຊີທີ່ຊັບຊ້ອນ ເຊັ່ນ: ເຄືອຂ່າຍທີ່ຂຶ້ນກັບການບລັອກ ຫຼື ການບລັອກ IP.
Outline ແມ່ນມີຄວາມທົນທານກວ່າເນື່ອງຈາກມັນຖືກສ້າງຂຶ້ນໂດຍໃຊ້ໂປຣໂຕຄໍທີ່ຖືກອອກແບບມາເພື່ອໃຫ້ກວດພົບໄດ້ຍາກ ແລະ ດັ່ງນັ້ນຈຶ່ງຍາກທີ່ຈະບລັອກມັນ.
ແບ່ງປັນການເຂົ້າເຖິງເຊີບເວີຂອງທ່ານເປັນສ່ວນຕົວກັບກຸ່ມຄົນທີ່ເຊື່ອຖືໄດ້. ຄົນເຊື່ອມຕໍ່ກັບເຊີບເວີຂອງທ່ານໜ້ອຍລົງໝາຍຄວາມວ່າມັນຍາກທີ່ຈະກວດພົບ ແລະ ຮັກສາຄວາມເປັນສ່ວນຕົວໄດ້ງ່າຍກວ່າ.
Outline ຖືກສ້າງຂຶ້ນໂດຍຄຳນຶງເຖິງຄວາມເປັນສ່ວນຕົວຂອງທ່ານເປັນຫຼັກ.
ມັນບໍ່ເຄີຍບັນທຶກການຈະລາຈອນຂອງທ່ານ ຫຼື ແທຣັກການນໍາໃຊ້ອິນເຕີເນັດຂອງທ່ານ.
ໂຫຼດເອົາຕົວຈັດການ Outline ໂຫຼດລູກຂ່າຍ Outlineສຶກສາວິທີການທີ່ບຸກຄົນ ແລະ ອົງການຈັດຕັ້ງໃຊ້ Outline
ຊອກຫາບໍ່ເຫັນສິ່ງທີ່ທ່ານກຳລັງຊອກຫາບໍ?
ກວດເບິ່ງໜ້າຊ່ວຍເຫຼືອຂອງພວກເຮົາ.
ຄຳຖາມທີ່ຖາມເລື້ອຍໆກ່ຽວກັບ Outline