ຂໍແນະນຳ Outline SDK - ກົນລະຍຸດຂັ້ນສູງເພື່ອຄວາມຍືດຍຸ່ນທີ່ແຂງແກ່ນຍິ່ງຂຶ້ນຕໍ່ການລົບກວນເຄືອຂ່າຍ ສຶກສາເພີ່ມເຕີມ

ເລີ່ມຕົ້ນ

ສອງຜະລິດຕະພັນທີ່ເຮັດວຽກຮ່ວມກັນ

Outline ປະກອບດ້ວຍສອງຜະລິດຕະພັນທີ່ກ່ຽວຂ້ອງກັນທີ່ເຮັດວຽກຮ່ວມກັນເພື່ອໃຫ້ທ່ານ ແລະ ຊຸມຊົນຂອງທ່ານເຂົ້າເຖິງອິນເຕີເນັດແບບບໍ່ຕິດຂັດ.

Step 1

ເລີ່ມຕົ້ນດ້ວຍຕົວຈັດການ Outline

ຕັ້ງຄ່າເຊີບເວີຂອງທ່ານຈາກແອັບພລິເຄຊັນເດັສທັອບຂອງຕົວຈັດການ Outline

ຕົວຈັດການ Outline

ດາວໂຫຼດແອັບພລິເຄຊັນເດັສທັອບຕົວຈັດການເພື່ອເລີ່ມຕົ້ນການຕັ້ງຄ່າເຊີບເວີຂອງທ່ານ. ພວກເຮົາອອກແບບ Outline ເພື່ອໃຫ້ທ່ານຈັດການທຸກຢ່າງກ່ຽວກັບເຊີບເວີຂອງທ່ານທັງໝົດຢູ່ໃນບ່ອນດຽວ. ເລືອກຈາກລາຍຊື່ຜູ້ໃຫ້ບໍລິການຄລາວທີ່ເຊື່ອຖືໄດ້ ຫຼື ທ່ານສາມາດໃຊ້ໂຄງສ້າງພື້ນຖານ Linux ຂອງທ່ານເອງ. ຜູ້ໃຫ້ບໍລິການຄລາວຫຼາຍຄົນສະເໜີແພັກເກດໃຫ້ $5USD ຕໍ່ເດືອນ ຫຼື ໜ້ອຍກວ່າ.

ເມື່ອທ່ານໄດ້ດາວໂຫຼດຕົວຈັດການແລ້ວ, ທ່ານຈະຖືກເຕືອນໃຫ້ເລືອກວ່າຜູ້ໃຫ້ບໍລິການຄລາວໃດທີ່ທ່ານຕ້ອງການທີ່ຈະແລ່ນເຊີບເວີຂອງທ່ານ. ເລືອກຈາກບາງຜູ້ໃຫ້ບໍລິການທີ່ເຊື່ອຖືໄດ້ທີ່ສຸດ ເຊັ່ນ: Digital Ocean, AWS ຫຼື Google Cloud. ເມື່ອທ່ານເລືອກຜູ້ໃຫ້ບໍລິການຄລາວຂອງທ່ານແລ້ວ, ເຂົາເຈົ້າຈະແນະນຳໃຫ້ທ່ານຜ່ານຂັ້ນຕອນການແນະນຳວຽກສະເພາະຂອງເຂົາເຈົ້າ, ແຕ່ທ່ານຈະສາມາດຈັດການເຊີບເວີຂອງທ່ານຈາກຕົວຈັດການ Outline ຂອງທ່ານໄດ້.

Outline ອະນຸຍາດໃຫ້ທ່ານເລືອກບ່ອນທີ່ທ່ານຕ້ອງການໃຫ້ເຊີບເວີຂອງທ່ານຕັ້ງຢູ່. ເສັ້ນທາງການຈະລາຈອນຂອງທ່ານຜ່ານສິງກະໂປ, ເຢຍລະມັນ ຫຼື ສະຫະລັດ ແລະ ອື່ນໆອີກຫຼາຍ.

Windows Windows Windows
Linux Linux Linux
MacOS MacOS MacOS
ດາວໂຫຼດຕົວຈັດການ Outline

Step 2

ສ້າງກະແຈການເຂົ້າເຖິງ

ສ້າງກະແຈການເຂົ້າເຖິງເພື່ອເຊື່ອມຕໍ່ອຸປະກອນຂອງທ່ານ ແລະ ແບ່ງປັນການເຂົ້າເຖິງກັບເຄືອຂ່າຍຂອງທ່ານ

ຕົວຈັດການ Outline

ຫຼັງຈາກການຕັ້ງຄ່າເຊີບເວີຂອງທ່ານແລ້ວ, ໃຫ້ສ້າງກະແຈການເຂົ້າເຖິງທີ່ເປັນເອກະລັກໂດຍກົງຈາກແອັບພລິເຄຊັນເດັສທັອບຕົວຈັດການ. ຕົວຈັດການອະນຸຍາດໃຫ້ທ່ານສົ່ງຄຳເຊີນເພື່ອເຊື່ອມຕໍ່ກັບເຊີບເວີຂອງທ່ານໂດຍຜ່ານແພລດຟອມການສື່ສານທີ່ທ່ານຕ້ອງການ. ກະແຈການເຂົ້າເຖິງແມ່ນວິທີທີ່ທ່ານເຊື່ອມຕໍ່ອຸປະກອນຂອງທ່ານກັບຕົວຈັດການ Outline ແລະ ປົກປ້ອງພວກມັນໂດຍໃຊ້ເຊີບເວີຂອງທ່ານ. ແຕ່ລະກະແຈການເຂົ້າເຖິງແມ່ນມີເອກະລັກ ແລະ ສາມາດຈັດການ ຫຼື ລຶບໂດຍກົງໄດ້ຈາກເຊີບເວີ. ຂໍ້ຈໍາກັດຂໍ້ມູນຊ່ວຍໃຫ້ທ່ານສາມາດຄວບຄຸມໄດ້ວ່າກະແຈແຕ່ລະອັນຖືກອະນຸຍາດໃຫ້ໃຊ້ແບນວິດຫຼາຍປານໃດ.

ການເຊື່ອມຕໍ່ກັບເຊີບເວີຂອງທ່ານແມ່ນງ່າຍຄືກັນກັັບການຍອມຮັບຄໍາເຊີນຂອງທ່ານ. ເມື່ອທ່ານເຊື່ອມຕໍ່ແລ້ວ, ທ່ານສາມາດເປີດ ແລະ ປິດການເຊື່ອມຕໍ່ຂອງທ່ານໄດ້ຢ່າງງ່າຍດາຍຈາກແອັບ.

ສຶກສາເພີ່ມເຕີມກ່ຽວກັບການແບ່ງປັນການເຂົ້າເຖິງ

Step 3

ຮັບແອັບ Outline Client ສໍາລັບເດັສທັອບ ແລະ ໂທລະສັບມືຖື

ເຊື່ອມຕໍ່ໂດຍໃຊ້ກະແຈການເຂົ້າເຖິງທີ່ສະເພາະຂອງທ່ານ

ດາວໂຫຼດແອັບ Outline Client ຈາກ App store ຫຼື Google Play store ແລະ ເຊື່ອມຕໍ່ໂດຍໃຊ້ກະແຈການເຂົ້າເຖິງທີ່ເປັນເອກະລັກຂອງທ່ານ. ແອັບ Client ມີໃຫ້ສຳລັບເດັສທັອບ ແລະ ອຸປະກອນມືຖື, ດັ່ງນັ້ນທ່ານສາມາດເຂົ້າເຖິງອິນເຕີເນັດເປີດ ແລະ ສື່ສານແບບສ່ວນຕົວບໍ່ວ່າທ່ານຈະຢູ່ໃສ ແລະ ຈາກທຸກອຸປະກອນຂອງທ່ານ.

ເມື່ອທ່ານເຊື່ອມຕໍ່ອຸປະກອນຂອງທ່ານເອງ, ທ່ານສາມາດແບ່ງປັນການເຂົ້າເຖິງເຊີບເວີຂອງທ່ານກັບໝູ່ ຫຼື ເພື່ອນຮ່ວມວຽກຂອງທ່ານໄດ້. ສ້າງກະແຈການເຂົ້າເຖິງທີ່ເປັນເອກະລັກ ແລະ ສົ່ງພວກມັນໃຫ້ທຸກຄົນໃນເຄືອຂ່າຍຂອງທ່ານຜູ້ທີ່ຕ້ອງການການເຂົ້າເຖິງອິນເຕີເນັດທີ່ບໍ່ໄດ້ກັ່ນຕອງ. ຈັດການການເຂົ້າເຖິງເຊີບເວີຂອງທ່ານດ້ວຍການຈໍາກັດຂໍ້ມູນ, ໃຫ້ທາງເລືອກໃນການຈໍາກັດການນໍາໃຊ້ໃນກໍລະນີທີ່ຜູ້ໃດຜູ້ໜຶ່ງໃນເຄືອຂ່າຍຂອງທ່ານໃຊ້ແບນວິດຫຼາຍເກີນໄປ.

Android Android Android
Windows Windows Windows
Chrome Chrome Chrome
iOS iOS iOS
Mac Mac MacOS
Linux Linux Linux
ໂຫຼດລູກຂ່າຍ OUTLINE

ໃຊ້ລິ້ງສຳຮອງ. ສຶກສາຄວາມຕ້ອງການເພື່ອເອີ້ນໃຊ້ລູກຂ່າຍ.

ຊອກຫາບໍ່ເຫັນສິ່ງທີ່ທ່ານກຳລັງຊອກຫາບໍ?

ກວດເບິ່ງໜ້າຊ່ວຍເຫຼືອຂອງພວກເຮົາ.

ຄຳຖາມທີ່ຖາມເລື້ອຍໆກ່ຽວກັບ Outline