ສຳລັບນັກພັດທະນາ
Outline SDK
ຫ້ອງສະໝຸດຂ້າມແພລດຟອມ ແລະ ຊຸດເຄື່ອງມືສຳລັບນັກພັດທະນາແອັບເພື່ອໃຊ້ກົນລະຍຸດເຄືອຂ່າຍຂັ້ນສູງຂອງ Outline ຊ້ຳໄດ້ຢ່າງງ່າຍດາຍເພື່ອຫຼຸດການລົບກວນລະດັບເຄືອຂ່າຍທີ່ຊັບຊ້ອນທີ່ສຸດ.
ຄວາມຍືດຍຸ່ນໃນການເຊັນເຊີໂດຍການອອກແບບ
ການເຊັນເຊີອິນເຕີເນັດມີການພັດທະນາຢ່າງຕໍ່ເນື່ອງ. ແລະ ຕອນນີ້, ກົນລະຍຸດທີ່ໄດ້ຮັບການພິສູດແລ້ວຈາກ Outline ເຊິ່ງໄດ້ຊ່ວຍໃຫ້ຜູ້ໃຊ້ຫຼາຍລ້ານຄົນເຂົ້າເຖິງອິນເຕີເນັດໄດ້ເຖິງແມ່ນວ່າຈະຢູ່ໃນສະພາບເງື່ອນໄຂທີ່ບໍ່ດີທີ່ສຸດກໍພ້ອມໃຊ້ໄດ້ງ່າຍສຳລັບນັກພັດທະນາໃນ SDK. Outline SDK ເຮັດວຽກໄດ້ຢູ່ແພລດຟອມຫຼັກໆທັງໝົດ ແລະ ໄດ້ຮັບການອອກແບບມາຢ່າງລະອຽດຖີ່ຖ້ວນເພື່ອໃຫ້ສາມາດຈັດອົງປະກອບໄດ້ຢ່າງຍືດຍຸ່ນ ແລະ ນຳເທັກໂນໂລຢີຂອງພວກເຮົາກັບມາໃຊ້ໃໝ່ໄດ້.
Outline SDK ຊ່ວຍໃຫ້ນັກພັດທະນາມີການນຳໃຊ້ທີ່ແຕກຕ່າງກັນໄດ້ສອງກໍລະນີ
ນັກພັດທະນາສາມາດເນັ້ນໄປໃສ່ການຊ່ວຍຜູ້ໃຊ້ທີ່ມີສ່ວນຮ່ວມໃນອິນເຕີເນັດທົ່ວໂລກ ແລະ ເຂົ້າເຖິງເນື້ອຫາຂອງເຂົາເຈົ້າໄດ້ຫຼາຍຂຶ້ນໃນຂະນະທີ່ Outline SDK ຊ່ວຍໃຫ້ທ່ານມີຄວາມຍືດຍຸ່ນໃນການບລັອກທີ່ແຂງແກ່ນຂຶ້ນ ແລະ ເຊື່ອມໂຍງໄດ້.
ຜູ້ສ້າງແອັບ
ຝັງກົນລະຍຸດເຄືອຂ່າຍຂັ້ນສູງໃນແອັບຂອງທ່ານໂດຍກົງ, ຫຼີກເວັ້ນການລົບກວນເຄືອຂ່າຍທີ່ບໍ່ຕ້ອງການ ແລະ ປົດລັອກການເຂົ້າເຖິງເນື້ອຫາຂອງທ່ານ.
ນັກພັດທະນາ VPN
ໃຊ້ປະໂຫຍດຈາກໂຄງສ້າງພື້ນຖານຂອງ Outline ແລະ ກົນລະຍຸດໂອເພນຊອດເພື່ອສ້າງປະສົບການ VPN ທີ່ທັນສະໄໝ, ເຊິ່ງພັດທະນາໄປພ້ອມກັບຜູ້ນຳໃນອຸດສາຫະກຳ.
ຄຸນສົມບັດຫຼັກ
ສ່ວນຕິດຕໍ່ທີ່ຂຽນໄດ້
ສິດທິປະໂຫຍດຈາກສ່ວນຕິດຕໍ່ທີ່ສ້າງຂຶ້ນສຳລັບທັງການໃຊ້ຊ້ຳ ແລະ ຄວາມຍືດຍຸ່ນ. ເຊື່ອມໂຍງກັບກົນລະຍຸດທີ່ມີທົ່ວໄປໄດ້ຢ່າງຕໍ່ເນື່ອງດ້ວຍການນຳໃຊ້ຂອງທ່ານເພື່ອສ້າງປະສົບການທີ່ມີການປັບແຕ່ງໃຫ້ພໍດີ.
ກົນລະຍຸດການພັດທະນາຫຼາຍຢ່າງ
ເລືອກລະຫວ່າງຊຸດກົນລະຍຸດການເຊື່ອມຕໍ່, ເຊິ່ງຄອບຄຸມທັງຕົວເລືອກທີ່ໃຊ້ພຣັອກຊີ ເຊັ່ນ: Shadowsocks ແລະ ໂຊລູຊັນທີ່ບໍ່ມີພຣັອກຊີ ເຊັ່ນ: ການກະຈາຍຕົວ ແລະ DNS ທີ່ຍືດຍຸ່ນ. ເມື່ອພູມສາດທາງດິຈິຕອນປ່ຽນໄປ, ກົນລະຍຸດຂອງພວກເຮົາຈະປັບປ່ຽນ ແລະ ຂະຫຍາຍ, ເພື່ອຮັບປະກັນວ່າການເຊື່ອມຕໍ່ຂອງທ່ານຈະຢູ່ນຳໜ້າສະເໝີ.
ຫ້ອງສະໝຸດ VPN
ເຂົ້າເຖິງອົງປະກອບທີ່ຈຳເປັນສຳລັບແອັບພລິເຄຊັນ VPN ຂ້າມແພລດຟອມ. ນີ້ຮວມເຖິງຕົວແປງຕ່າງໆ ເຊັ່ນ: 'tun2socks' ເພື່ອຫຼຸດຊ່ອງຫວ່າງລະຫວ່າງ IP ແລະ ຊັ້ນຂໍ້ມູນການຂົນສົ່ງ ແລະ ການຈັດການການບລັອກ UDP ຢ່າງຄອບຄຸມ, ນອກເໜືອໄປຈາກຄຸນສົມບັດຂັ້ນສູງອື່ນໆ.