ຂໍແນະນຳ Outline SDK - ກົນລະຍຸດຂັ້ນສູງເພື່ອຄວາມຍືດຍຸ່ນທີ່ແຂງແກ່ນຍິ່ງຂຶ້ນຕໍ່ການລົບກວນເຄືອຂ່າຍ ສຶກສາເພີ່ມເຕີມ

ເຂົ້າເຖິງອິນເຕີເນັດຟຣີ ແລະ ເປີດ

Outline ເຮັດໃຫ້ມັນງ່າຍໃນການສ້າງເຊີບເວີ VPN, ເຊິ່ງໃຫ້ທຸກຄົນເຂົ້າເຖິງອິນເຕີເນັດຟຣີ ແລະ ເປີດ.

ໃຊ້ Outline

ການເຊັນເຊີອິນເຕີເນັດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົດສະວັດທີ່ຜ່ານມາ.

Outline ເປີດນຳໃຊ້ໃຫ້ທຸກຄົນສາມາດເຂົ້າເຖິງອິນເຕີເນັດຟຣີ ແລະ ເປີດໄດ້ຢ່າງປອດໄພກວ່າໂດຍການແລ່ນ VPN ຂອງເຂົາເຈົ້າເອງ. ການແລ່ນເຊີບເວີ VPN ຂອງທ່ານເອງໂດຍຜ່ານ Outline ເຮັດໃຫ້ການເຂົ້າເຖິງອິນເຕີເນັດປອດໄພກວ່າ ແລະ ສ້າງການເຊື່ອມຕໍ່ທີ່ຍາກທີ່ຈະບລັອກ.

ເປັນຫຍັງຕ້ອງໃຊ້ VPN?

VPN ແມ່ນມີປະໂຫຍດສໍາລັບການຮັກສາຄວາມເປັນສ່ວນຕົວໃຫ້ກັບການສື່ສານຂອງທ່ານ ແລະ ເຮັດໃຫ້ທ່ານສາມາດຮັກສາການເຂົ້າເຖິງອິນເຕີເນັດເປີດໄດ້. ແຕ່ກັບຜູ້ໃຫ້ບໍລິການ VPN ສ່ວນໃຫຍ່ ທ່ານບໍ່ຮູ້ວ່າໃຜເປັນຜູ້ຄວບຄຸມ VPN ແລະ ໃຜມີສິດເຂົ້າເຖິງຂໍ້ມູນຂອງທ່ານ.

ການສ້າງເຊີບເວີ VPN ຂອງທ່ານເອງເຄີຍເປັນຂັ້ນຕອນທີ່ຊັບຊ້ອນ, ຈົນຮອດຕອນນີ້.

ເປັນຫຍັງຕ້ອງໃຊ້ Outline?

Outline ຊ່ວຍໃຫ້ທຸກຄົນສ້າງ, ດໍາເນີນການ ແລະ ແບ່ງປັນການເຂົ້າເຖິງ VPN ຂອງເຂົາເຈົ້າເອງ. Outline ຖືກອອກແບບມາເພື່ອທົນທານຕໍ່ການບລັອກ. ມັນຊ່ວຍໃຫ້ທ່ານຄວບຄຸມການຕິດຕັ້ງເຊີບເວີຂອງທ່ານ, ຮວມທັງບ່ອນທີ່ເຊີບເວີຂອງທ່ານຕັ້ງຢູ່. Outline ໃຊ້ເທັກໂນໂລຢີທີ່ໂປ່ງໃສ, ໂອເພນຊອດເຕັມຮູບແບບ ແລະ ໄດ້ຮັບການກວດສອບໂດຍບໍລິສັດຄວາມປອດໄພສອງແຫ່ງເພື່ອໃຫ້ແນ່ໃຈວ່າເທັກໂນໂລຢີຂອງມັນຍັງທັນສະໄໝ ແລະ ປອດໄພຢູ່ສະເໝີ.

ທົນທານຕໍ່ການບລັອກ

Outline ທົນທານຕໍ່ການບລັອກໃນຮູບແບບທີ່ຊັບຊ້ອນທີ່ສຸດບາງຮູບແບບ ຮວມທັງການບລັອກ DNS, ເນື້ອຫາ ແລະ ການບລັອກ IP. ຜູ້ໃຊ້ລາຍງານວ່າ Outline ສາມາດໃຊ້ໄດ້ເຖິງແມ່ນວ່າໃນເວລາທີ່ VPN ທີ່ນິຍົມອື່ນໆຈະຖືກບລັອກ ຫຼື ການເຊື່ອມຕໍ່ບໍ່ໄດ້ກໍຕາມ.

ຂະຫຍາຍ

ແບ່ງປັນການເຂົ້າເຖິງເຊີບເວີ Outline ຂອງທ່ານໄດ້ຢ່າງງ່າຍດາຍຈາກຕົວຈັດການ Outline. ສ້າງກະແຈການເຂົ້າເຖິງທີ່ເປັນເອກະລັກຈາກແອັບພລິເຄຊັນຕົວຈັດການເດັສທັອບ ແລະ ແບ່ງປັນກັບເຄືອຂ່າຍທີ່ເຊື່ອຖືໄດ້ຂອງທ່ານຜ່ານທາງອີເມວ ຫຼື ໂຊຊຽວມີເດຍ. ດ້ວຍ Outline, ທ່ານສາມາດສະໜັບສະໜຸນຜູ້ໃຊ້ຫຼາຍຮ້ອຍຄົນໂດຍການໃຫ້ເຂົາເຈົ້າເຂົ້າເຖິງເຊີບເວີຂອງທ່ານ ຫຼື ພຽງແຕ່ແບ່ງປັນການເຂົ້າເຖິງກັບຜູ້ຕິດຕໍ່ໃກ້ຊິດຂອງທ່ານ.

ການຄວບຄຸມ

Outline ໃຫ້ທ່ານຄວບຄຸມວິທີທີ່ທ່ານເຂົ້າເຖິງອິນເຕີເນັດໂດຍການໃຫ້ທ່ານຄວບຄຸມເຊີບເວີຂອງທ່ານເອງ. ມັນຊ່ວຍໃຫ້ທ່ານຕັດສິນໃຈວ່າເຊີບເວີຂອງທ່ານຕັ້ງຢູ່ໃສ ແລະ ໃຜສາມາດເຂົ້າເຖິງມັນໄດ້. ຕົວຈັດການ Outline ອະນຸຍາດໃຫ້ທ່ານສາມາດຕັ້ງຂໍ້ຈໍາກັດຂໍ້ມູນສໍາລັບຜູ້ໃຊ້ແຕ່ລະຄົນທີ່ເຂົ້າເຖິງເຊີບເວີຂອງທ່ານຜ່ານແອັບລູກຂ່າຍ.

ສອງຜະລິດຕະພັນທີ່ເຮັດວຽກຮ່ວມກັນ

Outline ປະກອບດ້ວຍຜະລິດຕະພັນສອງຢ່າງທີ່ຂັບເຄື່ອນໂດຍເທັກໂນໂລຢີຫຼັກທີ່ທັນສະໄໝຂອງພວກເຮົາຜ່ານ Outline SDK.

ຕົວຈັດການ Outline ເຮັດໃຫ້ມັນງ່າຍໃນການສ້າງເຊີບເວີ VPN ຂອງທ່ານເອງ. ຕັ້ງຄ່າເຊີບເວີຂອງທ່ານເອງ ແລະ ແບ່ງປັນກະແຈການເຂົ້າເຖິງໂດຍກົງຈາກແອັບພລິເຄຊັນເດັສທັອບ. ຕົວຈັດການ Outline ແມ່ນມີໃຫ້ຢູ່ໃນທຸກລະບົບເດັສທັອບ.

ຮັບເອົາຕົວຈັດການ outline

ລູກຂ່າຍ Outline ເປັນແອັບທີ່ງ່າຍ, ນຳໃຊ້ງ່າຍດາຍທີ່ຊ່ວຍໃຫ້ທ່ານສາມາດແບ່ງປັນການເຂົ້າເຖິງ VPN ຂອງທ່ານກັບໃຜກໍໄດ້ໃນເຄືອຂ່າຍຂອງທ່ານ. ດາວໂຫຼດແອັບຢູ່ມືຖື ຫຼື ເດັສທັອບເພື່ອປົກປ້ອງອຸປະກອນຂອງທ່ານທັງໝົດ. ເຊື່ອມຕໍ່ກັບເຊີບເວີຂອງທ່ານໂດຍໃຊ້ກະແຈການເຂົ້າເຖິງທີ່ເປັນເອກະລັກຂອງທ່ານ, ທີ່ສ້າງໂດຍຕົວຈັດການ Outline.

ຮັບເອົາລູກຂ່າຍ outline

ສຳຫຼວດຫ້ອງສະໝຸດຂ້າມແພລດຟອມ ແລະ ຊຸດເຄື່ອງມືທີ່ໃຊ້ປະໂຫຍດຈາກກົນລະຍຸດເຄືອຂ່າຍຂັ້ນສູງຂອງ Outline ເພື່ອປົກປ້ອງແອັບ ແລະ ເຄື່ອງມື VPN
ຂອງທ່ານຈາກການລົບກວນລະດັບເຄືອຂ່າຍ.

ເລີ່ມຕົ້ນ

ອິນເຕີເນັດທີ່ທ່ານສາມາດເຊື່ອຖືໄດ້

Outline ເປັນໂອເພນຊອດ ແລະ ໄດ້ຮັບການກວດສອບຈາກ Radically Open Security (2018, 2022) ແລະ Cure53 (2018, 2024).

ເວັບໄຊ getoutline.me ແລະ ຊ່ອງທາງ Telegram "@OutlineVpnOfficial" ທີ່ເຊື່ອມໂຍງນັ້ນບໍ່ມີຄວາມກ່ຽວຂ້ອງກັບທີມງານ Outline ແລະ ພວກເຮົາບໍ່ສາມາດຊ່ວຍເຫຼືອຜູ້ໃຊ້ທີ່ມີບັນຫາກັບກະແຈການເຂົ້າເຖິງຈາກບໍລິການເຫຼົ່ານີ້ໄດ້.